SBS Lao - SBS ພາ​ສາ​ລາວ

SBS Lao - SBS ພາ​ສາ​ລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
00:00
00:00

單集摘要

ຕລາດຢາສູບຜິດກົດຫມາຍຂອງອອສເຕຣເລັຍ ໄດ້ຫຼຸດລົງເປັນຄັ້ງທໍາອິດໃນຮອບ 5 ປີ, ທ່າມກາງການຍຶດຢາສູບຜິດກົດຫມາຍ ແລະ Vapes ເປັນປວັດການ. ຜູ້ຊ່ຽວຊານດ້ານສຸຂະພາບ ຍິນດີກັບການປ່ຽນແປງນີ້, ແຕ່ເຕືອນວ່າ ສິນຄ້າລາຄາຖືກໃນຕລາດມືດ ຍັງມີຢູ່ຢ່າງກວ້າງຂວາງ, ເຮັດໃຫ້ຊາວອອສເຕຣເລັຍ ຕິດ Nicotine ແລະ ເຮັດໃຫ້ຜູ້ສູບຢາເລີກສູບ ໄດ້ຍາກຂຶ້ນ. #sbsaudiopodcast

單集

4842-

ກອກຢາຜິດກົດໝາຍ ກັບ ອັດຕາການສູບຢາ.

ຕລາດຢາສູບຜິດກົດຫມາຍຂອງອອສເຕຣເລັຍ ໄດ້ຫຼຸດລົງເປັນຄັ້ງທໍາອິດໃນຮອບ 5 ປີ, ທ່າມກາງການຍຶດຢາສູບຜິດກົດຫມາຍ ແລະ Vapes ເປັນປວັດການ. ຜູ້ຊ່ຽວຊານດ້ານສຸຂະພາບ ຍິນດີກັບການປ່ຽນແປງນີ້, ແຕ່ເຕືອນວ່າ ສິນຄ້າລາຄາຖືກໃນຕລາດມືດ ຍັງມີຢູ່ຢ່າງກວ້າງຂວາງ, ເຮັດໃຫ້ຊາວອອສເຕຣເລັຍ ຕິດ Nicotine ແລະ ເຮັດໃຫ້ຜູ້ສູບຢາເລີກສູບ ໄດ້ຍາກຂຶ້ນ. #sbsaudiopodcast

19 Nov 2026
4841-

ປັນຫາ ແລະ ອະນາຄົດຂອງ Nvidia'

ຜົນກະທົບຍັງຄົງມີຢ່າງຕໍ່ເນື່ອງສໍາລັບ Nvidia ແລະ Jensen Huang. Jensen Huang, CEO ຂອງ Nvidia ປະເຊີນກັບການກວດສອບໃຫມ່ ກ່ຽວກັບການມີຄວາມສໍາພັນກັບຜູ້ຍິງຄົນຫນຶ່ງ ທີ່ຖືກກ່າວຫາໂດຍໜ່ວຍຂ່າວລັບ ຂອງສະຫະຣັດວ່າ ເປັນສາຍລັບຈີນ. ນີ້ເປັນເຫດຜົນທີ່ຄນະບໍຣິຫານ Nvidia ຄາດວ່າ ຈະປະຊຸມເພື່ອຕັດສິນອະນາຄົດ ຂອງຫົວຫນ້າທີ່ກໍາລັງປະສົບກັບປັນຫາ. #sbsaudiopodcast

19 Nov 2026
4840-

ສລຸບຂ່າວປະຈຳອາທິດ 19 ພິຈິກ 2026

ສລຸບຂ່າວປະຈຳອາທິດ 19 ພິຈິກ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ...ນາຍົກຣັດຖະມົນຕີອອສເຕຣເລັຍ ໃນການປະຊຸມຜູ້ນໍາ Quad ໃນ Manila *** ... ...ການອອກຈໍາຫນ່າຍ ທີ່ລໍຖ້າມາດົນຂອງ Grand Theft Auto 6 ແລະໃນຂ່າວກິລາ *** ... ....Cameron Bancroft ກ່າວວ່າ "ທີມທັງຫມົດ" ຮູ້ກ່ຽວກັບກໍຣະນີການດັດແປງລູກບານ (Ball tampering). #sbsaudiopodcast

19 Nov 2026
4839-

ສລຸບຂ່າວປະຈຳອາທິດ 13 ພິຈິກ 2026

ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 ຫົວຂໍ້ຂ່າວປະຈຳອາທິດນີ້ ມີດັ່ງຕໍ່ໄປນີ້: ** ຜູ້ອໍານວຍການ Nvidia Jensen Huang ລາອອກ ຫຼັງຈາກມີຄວາມສໍາພັນລັບ ກັບຜູ້ຖືກສົງສັຍວ່າເປັນສາຍລັບຈີນ... ** ເດັກຊາຍວັຍລຸ້ນຄົນຫນຶ່ງ ຖືກພົບຢ່າງປອດພັຍ ຫຼັງຈາກຫາຍໄປ 6 ມື້ໃນປ່າ Victoria. ** ແລະໃນກິລາ, ເກມເຕະບານຂອງ Socceroos ກັບ Jordan ໄດ້ຍ້າຍໄປທີ່ Doha ເນື່ອງຈາກການກັງວົນດ້ານຄວາມປອດພັຍ. #sbsaudiopodcast

13 Nov 2026
4838-

ຜົນການເລືອກຕັ້ງໃນ New Zealand.

ການເລືອກຕັ້ງຂອງ New Zealand ບໍ່ສາມາດບົ່ງບອກຜູ້ໄດ້ໄຊຊນະທີ່ຊັດເຈນໄດ້. ພັກ National Party ຂອງນາຍົກຣັດຖະມົນຕີ Christopher Luxon ໄດ້ຮັບທີ່ນັ່ງຫຼາຍທີ່ສຸດ, ແຕ່ຜູ້ນໍາພັກ Labour, Chris Hipkins ປະຕິເສດທີ່ຈະຍອມຮັບຄວາມພ່າຍແພ້. ຊາວ New Zealand ຫຼາຍລ້ານຄົນ ໄດ້ລົງຄະແນນສຽງເລືອກຕັ້ງ, ຮວມເຖິງຫຼາຍພັນຄົນ ທີ່ອາສັຍຢູ່ຕ່າງປະເທດ, ຫຼາຍຄົນໃນອອສເຕຣເລັຍ.... ແລະບໍ່ວ່າພັກໃດກໍຕາມທີ່ຊນະອໍານາດ ແລະຈັດຕັ້ງຣັດຖະບານ - ຄວາມກົດດັນດ້ານຄ່າຄອງຊີບ ຈະເປັນປັນຫາຫຼັກໃນວາຣະຕໍ່ໄປ.

13 Nov 2026